ຄູສອນ + ນັກພັດທະນາເວັບ

ສອນເປັນ. ຂຽນລະບົບເປັນ. ເຂົ້າໃຈຄົນໃຊ້ຈິງ.

ຄູສອນທີ່ຜັນຕົວມາເປັນນັກພັດທະນາ. ບໍ່ໄດ້ຮູ້ແຕ່ໂຄ້ດ ແຕ່ຮູ້ວ່າຄົນທຳງານແທ້ (ອາຈານ, ພະນັກງານ, ເຈົ້າຂອງຮ້ານ) ຕ້ອງການລະບົບແບບໃດ ຈຶ່ງຈະໃຊ້ໄດ້ຈິງ ບໍ່ແມ່ນແຕ່ສວຍໃນ demo.

  • ຄູສອນ + ນັກພັດທະນາ 2-in-1
  • ຂຽນລະບົບຈາກປະສົບການສອນຈິງ
  • ຢູ່ນຳຫຼັງສົ່ງມອບ

0

ປີສອນ

0

ລະບົບສຳເລັດ

0

ນັກສຶກສາ

0

ລູກຄ້າ

Laravel Filament Livewire Tailwind CSS
jocodez — app/Jocodez.php
class Jocodez
{
    public string $mission = 'ແບ່ງປັນຄວາມຮູ້';

    public function teach(): array
    {
        return [
            'Laravel',
            'Filament',
            'ປະສົບການສອນຈິງ',
        ];
    }
}
"ຊື້ລະບົບມາແພງ ແຕ່ພະນັກງານໃຊ້ບໍ່ເປັນ, ຂໍ້ມູນຍັງແຍກກັນຢູ່ຫຼາຍໄຟລ໌ Excel"

ບັນຫາທີ່ພົບເລື້ອຍໆ ບໍ່ວ່າຈະເປັນໂຮງຮຽນ ຫຼື ຮ້ານ/ທຸລະກິດຂະໜາດນ້ອຍ

01

ລະບົບຊັບຊ້ອນເກີນຄວາມຈຳເປັນ

ຄົນທຳງານແທ້ (ຄູອາຈານ, ພະນັກງານຮ້ານ) ບໍ່ແມ່ນສາຍ IT ຖ້າໃຊ້ຍາກ ສຸດທ້າຍກັບໄປໃຊ້ສະໝຸດ/Excel ຄືເກົ່າ

02

ຂໍ້ມູນເສຍງ່າຍ ແກ້ຍາກ

ພິມຜິດ, ຊື່ຊ້ຳ, ສະຕັອກ/ຄະແນນສັບສົນ. ຖ້າລະບົບບໍ່ມີການກວດສອບກ່ອນບັນທຶກ ຄວາມຜິດພາດຈະສະສົມໄປເລື້ອຍໆ

03

ສົ່ງມອບແລ້ວຫາຍ ບໍ່ມີຄົນຮັບຜິດຊອບແກ້ bug

ພໍລະບົບມີບັນຫາຊ່ວງໃຊ້ໜັກສຸດ (ເປີດເທີມ ຫຼື ຊ່ວງຂາຍດີ) ບໍ່ມີໃຜຕິດຕໍ່ໄດ້ ວຽກຕ້ອງຢຸດຊະງັກ

ຄວາມແຕກຕ່າງ

ເປັນຫຍັງ ຕ່າງຈາກຄົນອື່ນ

4 ຈຸດທີ່ເຮັດໃຫ້ວຽກກັບຂ້ອຍຕ່າງຈາກ Agency ຮັບຈ້າງທົ່ວໄປ

ອອກແບບຈາກມູມຄົນໃຊ້ຈິງ ບໍ່ແມ່ນແຕ່ນັກພັດທະນາ

ຮູ້ວ່າຄວາມສາມາດໃຊ້ຄອມຂອງແຕ່ລະຄົນແຕກຕ່າງກັນ ຈຶ່ງອອກແບບໜ້າຈໍໃຫ້ໃຊ້ງ່າຍ ບໍ່ຕ້ອງຝຶກອົບຮົມດົນ

ຫຼຸດຄວາມຜິດພາດຕັ້ງແຕ່ຕົ້ນທາງ

Dropdown, ຄຳແນະນຳພາສາລາວ, ຕົວຢ່າງຊັດເຈນ. ປ້ອງກັນຄວາມຜິດພາດ ດີກວ່າມາແກ້ພາຍຫຼັງ

ຢູ່ນຳຫຼັງສົ່ງມອບ

ມີຊ່ວງ warranty ຊັດເຈນ, ຊ່ອງທາງແຈ້ງບັນຫາທີ່ຕິດຕໍ່ໄດ້ຈິງ. ບໍ່ຫາຍໄປຫຼັງໂອນເງິນງວດສຸດທ້າຍ

ເໝາະທັງໂຮງຮຽນ ແລະ ທຸລະກິດຂະໜາດນ້ອຍ

ບໍ່ວ່າຈະເປັນລະບົບຈັດການໂຮງຮຽນ, ຮ້ານຄ້າ, ຫຼືທຸລະກິດບໍລິການ, ອອກແບບໃຫ້ເໝາະກັບຂະໜາດ ແລະ ງົບປະມານຈິງ ບໍ່ຍັດເຍຽດຟີເຈີ້ທີ່ບໍ່ຈຳເປັນ

ແພັກເກັດບໍລິການ

ເບິ່ງແພັກເກັດທັງໝົດ →
ຕິດຕໍ່

ມາລົມກັນກ່ອນ ວ່າວຽກຂອງທ່ານຕ້ອງການລະບົບແບບໃດ

ບໍ່ຮີບຂາຍ ບໍ່ອວດອ້າງ. ຄຸຍ 15-20 ນາທີ ເພື່ອເຂົ້າໃຈບັນຫາຈິງກ່ອນ ຈຶ່ງແນະນຳລະບົບທີ່ເໝາະສົມ